Épisodes

  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Feb 7 2025

    1. ທາງການ ເມືອງວັງວຽງ ຍັງບໍ່ທັນເປີດເຜີຍຄວາມຄືບຫນ້າ ການສືບສວນ-ສອບສວນ ກໍລະນີ ນັກທ່ອງທ່ຽວ ເສຍຊີວິດ ຍ້ອນເຄື່ອງດື່ມທາດເຫລົ້າ.

    2. ເຈົ້າໜ້າທີ່ທາງການລາວ ທໍາລາຍສວນຝິ່ນຂອງຊາວບ້ານ ທີ່ລັກປູກຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ.

    3. ທາງການລາວ ຍັງຂາຍໄຟຟ້າໃຫ້ພະມ້າຕາມປົກກະຕິ ແລະ ຍັງບໍ່ມີການຂໍຊື້ໄຟຟ້າເພິ່ມຈາກພະມ້າ.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    18 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Feb 6 2025

    1. ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ ເຮັດໃຫ້ທັງຄົນຂັບລົດ ແລະປະຊາຊົນຢ້ານກົວ, ລະວັງຂື້ນຕື່ມ.

    2. ແມ່ຍິງລາວ ຢາກຫຼຸດພົ້ນຈາກຄວາມທຸກຍາກ ຈຶ່ງຕັດສິນໃຈ ເຂົ້າສູ່ຂະບວນການ ສິດ ເດັກຫຼອດແກ້ວ ສຳລັບຖືພາໃຫ້ຄົນຈີນ ເພື່ອແລກກັບຄ່າຈ້າງທີ່ສູງ.

    3. ນະຄອນຫຼວງວຽງຈັນສັ່ງໃຫ້ເຝົ້າລະວັງ ການລະບາດຂອງພະຍາດທາງລະບົບຫາຍໃຈ ຊະນິດໄຂ້ຫວັດໃຫຍ່ ແລະປອດອັກເສບ.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    18 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Feb 5 2025

    1. ທ່່ານໝໍ ແນະນໍາໃຫ້ຊາວລາວ ປ້ອງກັນໂຕເອງໃຫ້ປອດໄພ ຈາກຝຸ່ນ PM 2.5 ຫຼັງຈາກ ຝຸ່ນດັ່ງກ່າວ ມີລະດັບ ສົ່ງຜົນກະທົບຕໍ່ສຸຂະພາບ ໃນໄລຍະນີ້.

    2. ໂຮງງານໂຟມຂອງຈີນ ຢູ່ນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອຂະໜາດໃຫຍ່, ເກີດແປວໄຟຂື້ນສູງ, ຄວັນປົກຄຸມໄປທົ່ວ.

    3. ລັດວິສາຫະກິດໄຟຟ້າລາວ ແລະທາງການລາວ ຫາລື ປັບໂຄງສ້າງລາຄາໄຟຟ້າໃໝ່.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    17 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Feb 3 2025

    1. ຊາວບ້ານສະພັງຄະນົງ ນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນມີການຕັນທາງທຽວ ເພື່ອສ້າງສະຖານີສ້ອມແປງ ລົດໄຟລາວ-ຈີນ.

    2. ຊາວບ້ານ ຢູ່ແຂວງຫົວພັນ ຮຽກຮ້ອງທາງການລາວ ລົງກວດກາ ໂຄງການຂຸດຄົ້ນແຮ່ທາດ ຫຼັງຈາກ ມີຂໍ້ ຂັດແຍ່ງທີ່ດິນ ມາດົນນານ.

    3. ແຂວງວຽງຈັນ ມອບເງິນຊົດເຊີຍ ໃຫ້ປະຊາຊົນ ທີ່ເສຍດິນ ໃຫ້ໂຄງການສ້າງແຫຼ່ງທ່ອງທ່ຽວ ຢູ່ອ່າງນ້ຳງຶ່ມ ຄົບແລ້ວ.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    16 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Jan 31 2025

    1. ສວນກ້ວຍຈີນ ຈົກດິນຕັນຫ້ວຍນ້ຳເທົາ ກະທົບຕໍ່ຊີວິດ ການເປັນຢູ່ຂອງຊາວບ້ານ ແລະ ຮຽກຮ້ອງໃຫ້ ທາງການລາວ ຊ່ວຍແກ້ໄຂບັນຫາ.

    2. ລາວ ອາດຈະບໍ່ສາມາດ ຫຼຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2026.

    3. ຄົນງານລາວ ຢູ່ໄທ ທີ່ມີ MOU ຕ້ອງກັບຄືນປະເທດລາວ ພາຍໃນ ວັນທີ 13 ກຸມພາ.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    17 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Jan 30 2025

    1. ແຕ່ ເດືອນມິຖຸນາ 2024 ຫາເດືອນມັງກອນ 2025 ຕໍາຫຼວດໄທ ຈັບຄົນງານລາວທີ່ຜິດກົດໝາຍ 500 ປາຍຄົນ.

    2. ມີແມ່ຍິງລາວ ຈໍານວນເພີ່ມຂຶ້ນເລື້ອຍໆ ກາຍມາເປັນແມ່ອູ້ມບຸນ ໃຫ້ກັບພໍ່ແມ່ຊາວຈີນ.

    3. ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກັງວົນເລື່ອງສານເຄມີ ຈາກຮ້ານເກັບຊື້ໝໍ້ໄຟລົດເກົ່າ ຂອງຄົນຈີນ.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    19 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Jan 30 2025

    1. ສະຖານທູດອິນເດຍ ຊ່ອຍເຍົາວະຊົນອິນເດຍ 67 ຄົນ ທີ່ເປັນເຫຍື່ອຄ້າມນຸດ ຢູ່ສູນ Scam ຂອງຈີນ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ແຂວງ ບໍ່ແກ້ວ.

    2. ທາງການລາວ ກຽມຮັບມືກັບໄຟໄໝ້ປ່າໃນປີນີ້ ແຕ່ມີງົບປະມານໜ້ອຍ ໃນການຈັດຫາອຸປະກອນປ້ອງກັນ.

    3. ການແກ້ໄຂຂໍ້ຂັດແຍ່ງ ເລື່ອງທີ່ດິນ ຢູ່ແຂວງອັດຕະປື ຍັງມີຄວາມທ້າທາຍ ແລະຫຍຸ້ງຍາກ ກະທົບຕໍ່ ປະຊາຊົນ ທີ່ດິນທຳການກະເສດ ບໍ່ພຽງພໍ.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    17 min
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
    Jan 28 2025

    1. ຫຼາຍອົງການທີ່ ບໍ່ຂື້ນກັບລັດຖານໃນລາວ ແລະບາງອົງການຂອງລັດຖະບານ ໄດ້ຮັບຜົນກະທົບ ຈາກການ ລະງັບເງິນຊ່ວຍເຫຼືອ 90 ມື້ຂອງສະຫະຣັດ.

    2. ຍັງມີການລັກລອບ ນໍາເອົາເບຍຈາກຫວຽດນາມ ເຂົ້າມາຂາຍ ພາຍໃນແຂວງສະຫວັນນະເຂດ ແບບຜິດກົດໝາຍ ໂດຍໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຢູ່ດ່ານສາກົນ ສະຫວັນ - ລາວບາວ.

    3. ຊາວບ້ານຢູ່ແຂວງເຊກອງ ແລະອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໂຄງການພະລັງງານ ລົມມອນຊູນ ໄດ້ຮັບຄ່າຊົດເຊີຍພຽງ 50%.


    Hosted on Acast. See acast.com/privacy for more information.

    Voir plus Voir moins
    17 min