Épisodes

  • ການຫາສຽງໄດ້ເລີ້ມແລ້ວໂດຍທັງສອງພັກ.
    Jan 21 2025
    ເຖິງແມ່ນວ່າ ຍັງບໍ່ມີວັນຢ່າງເປັນທາງການ, ທັງນາຍົກຣັຖມົນຕີ ແລະຜູ້ນໍາຝ່າຍຄ້ານ ກໍເລີ້ມທຳການຫາສຽງ, ໄປຢ້ຽມຢາມເຂດເລືອກຕັ້ງ ແລະປະກາດເລື່ອງງົບປະມານ. ວັນເລືອກຕັ້ງທີ່ໄວທີ່ສຸດ ພາຍໃຕ້ກົດຫມາຍການເລືອກຕັ້ງ ແມ່ນເດືອນມິນາ ແລະຈະຕ້ອງແມ່ນກ່ອນວັນທີ 17 ເດືອນພຶດສະພາ.
    Voir plus Voir moins
    7 min
  • ໂຄງການສນັບສນູນໃໝ່ສຳລັບຜູ້ເປັນ Autism.
    Jan 20 2025
    ຣັຖບານກາງ ໄດ້ເປີດເຜີຍ ຍຸດທະສາດ Autism ແຫ່ງຊາດ (National Autism Strategy) ເປັນເທື່ອທໍາອິດ ຂອງອອສເຕຣເລັຍ-ຊຶ່ງມີມູນຄ່າ 42ລ້ານໂດລາ ເພື່ອປັບປຸງການມີສ່ວນຮ່ວມ, ການເຂົ້າເຖິງ ແລະຜົນຮັບ ສໍາລັບຊາວອອສເຕຣເລັຍ ທີ່ເປັນ Autism.
    Voir plus Voir moins
    8 min
  • ການຣົນນະຣົງ ຢ່າງບໍ່ເປັນທາງການໄດ້ເລີ້ມຂຶ້ນແລ້ວ
    Jan 20 2025
    ຜູ້ນໍາພັກຝ່າຍຄ້ານ Peter Dutton ໄດ້ເປີດການຣົນນະຣົງ ຢ່າງບໍ່ເປັນທາງການ ຂອງພັກ Liberal ຢູ່ພາກຕາເວັນອອກ ຂອງເມືອງ Melbourne ໃນວັນເສົາ (12 ເດືອນມັງກອນ) ໂດຍໄດ້ປະກາດວ່າພັກ Liberal "ກັບຄືນມາແລ້ວ" ແລະ ໄດ້ສເນີຕົນເອງວ່າແມ່ນນາຍົກຣັຖມົນຕີໃນວາຣະໜ້າ. Mr Dutton ກ່າວວ່າ ຄ່າຄອງຊີບ, ພະລັງງານນິວເຄລັຍ ແລະການຍ້າຍຖິ່ນຖານ ຈະເປັນຫົວຂໍ້ສໍາຄັນທີ່ສຸດ ຂອງພັກ ຖ້າຫາກພັກ Liberal ຊນະການເລືອກຕັ້ງ ແຕ່ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍທີ່ແຊກຊ້ອນ ສຳລັບການເລືອກຕັ້ງຂອງປີນີ້.
    Voir plus Voir moins
    8 min
  • TikTok ກຳລັງຈະຖືກສັ່ງໃຫ້ຂາຍກິດຈະການຫຼືປິດລົງ.
    Jan 20 2025
    ສະພານິຕິບັນຍັດ ຂອງສະຫະຣັດອາເມຣິກາ ກຳລັງຈະ ສັງ TikTok ໃຫ້ຂາຍກິດຈະການຫຼືປິດລົງ ເພື່ອຄວາມເປັນອິດສຣະຢ່າງເຕັມທີ່, ແລະຈະບໍ່ເປັນເຄື່ອງມື ຂອງຣັຖບານຈີນ. ແຕ່ກໍມີ ຄື້ນຂອງການປະທ້ວງ ແລະຄວາມກະຕືລືລົ້ນ ທີ່ຈະໃຊ້ App ອື່ນຂອງຈີນ. ເຖິງແມ່ນວ່າ ການປິດລົງຂອງ TikTok ຈະບໍ່ກະທົບຜູ້ໃຊ້ໃນ ອອສເຕຣເລັຍ ແຕ່ຜູ້ຊ່ຽວຊານກ່າວ່າ ມັນຈະກະທົບໂດຍທາງອ້ອມ.
    Voir plus Voir moins
    8 min
  • ໂຄງການຂຍາຍອຳນາດຂອງ Trump.
    Jan 14 2025
    ເຖິງແມ່ນວ່າຍັງບໍ່ທັນໄດ້ເຂົ້າຮັບຕຳແໜ່ງເປັນທາງການເທື່ອ ແຕ່ Trump ກໍມີໂຄງການທີ່ຈະຮວມເອົາ ທັງດິນແດນ ແລະການຄວບຄຸມຕ່າງໆ ໃນຕ່າງປະເທດ. ນັ້ນກໍ່ໃຫ້ເກີດປະຕິກິຣິຍາຕໍ່ຕ້ານຢ່າງແຮງ.
    Voir plus Voir moins
    10 min
  • ການຮັບຮອງຕຳແໜ່ງ ຂອງ Donald Trump
    Jan 14 2025
    ສະພາສູງ ຂອງອາເມຣິກາ ໄດ້ຮັບຮອງໄຊຊນະ ການເລືອກຕັ້ງປະທານາທິບໍດີ ປີ 2024 ວ່າ Donald Trump ມີວາຣະຈະເລີ່ມຕົ້ນໃນຕຳ ແໜ່ງນີ້ ໃນວັນທີ 20 ເດືອນມັງກອນ ປີ 2025. ຜ້ຊ່ຽວຊານ ແລະຜູ້ສັງເກດການດ້ານການເມືອງອາເມຣິກາ ກ່າວວ່າ ເຫດການນີ້ ຈະແບ່ງແຍກ ອາເມຣິກາ ແລະມັນອາດເກີດຂຶ້ນໄດ້ອີກ ໃນອະນາຄົດ ຍ້ອນວ່າ ຣັຖທັມມະນູນ ມີຊ່ອງວ່າງໃນຄວາມສາມາດ ໃນການກວດສອບ ແລະຄວາມຖ່ວງດຸນອໍານາດ ໃນລະບົບ ເພື່ອໃຫ້ຜູ້ປົກຄອງຮັບຜິດຊອບ.
    Voir plus Voir moins
    9 min
  • ຊາວ Queensland ໄດ້ຖືກຊຸກຍູ້ໃຫ້ສັກວັກຊີນ ໄຂ້ຫວັດໃຫຍ່.
    Jan 14 2025
    ຊາວ Queensland ກໍາລັງຖືກຊຸກຍູ້ ໃຫ້ໄປຮັບການສັກ Vaccine ປ້ອງກັນໄຂ້ຫວັດໃຫຍ່ ແລະວ່າ ມັນຈະສືບຕໍ່ສເນີ Vaccine ຟຣີ ໃນການຄາດການວ່າ ລະດູໄຂ້ຫວັດໃຫຍ່ ທີ່ອັນຕະຣາຍກຳລັງຈະມາຮອດ. ການເຮັດດັ່ງນັ້ນກໍເພາະວ່າ ມັນເປັນຄວາມເໝາະສົມທາງເສດຖະກິດ ທີ່ວ່າຖ້າຫາກເຂົາເຈົ້າລົງທຶນໃນການດູແລສຸຂະພາບຂັ້ນຕົ້ນ ແລະການປ້ອງກັນສຸຂະພາບ, ແລ້ວເຂົາເຈົ້າຈະບໍ່ຈໍາເປັນ ຕ້ອງເສັຍເງິນຫລາຍ ໃນການຮັກສາໂຣກ ໃນອີກດ້ານຫນຶ່ງ.
    Voir plus Voir moins
    11 min
  • ປ້າຍເຕືອນໂຣກມະເຮັງຢູ່ໃນເຫລົ້າ.
    Jan 14 2025
    ເຫລົ້າເປັນສາເຫດອັນດັບສາມ ຂອງໂຣກມະເຮັງ ທີ່ສາມາດປ້ອງກັນໄດ້, ຮອງຈາກຢາສູບ ແລະໂຣກຄວາມອ້ວນ. ທ່ານຫມໍຊັ້ນແນວໜ້າ ຂອງສະຫະຣັດອາເມຣິກາ ກໍາລັງຮຽກຮ້ອງ ໃຫ້ມີການເຕືອນ ເລື່ອງໂຣກມະເຮັງ ຢູ່ໃນເຄື່ອງດື່ມເຫລົ້າ ຂອງປະເທດ ແລະອອສເຕຣເລັຍກຳລັງຖົກຖຽງວ່າ ມາດຕະການນີ້ ຄວນນຳເອົາມສໃຊ້ ສຳລັບຜູ້ບໍຣິໂພກອອສເຕຣເລັຍຫຼືບໍ່?
    Voir plus Voir moins
    8 min